ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພັນໃຫຍ່ 661 ທາບທາມບຸກຄະລາກອນ
ສະໝັກຮັບເລືອກຕັ້ງ
ເຂົ້າຄະນະບໍລິຫານງານພັກ ສະໄໝທີ II ຮອບທີ III


     ວັນທີ 30 ມັງກອນ 2024 ນີ້, ກອງພັນໃຫຍ່ 661 ໄດ້ເປີດກອງປະຊຸມທາບທາມບຸກຄະລາກອນ ສະໝັກຮັບເລືອກຕັ້ງເຂົ້າຄະນະ
ບໍລິຫານງານພັກ ສະໄໝທີ II ຮອບທີ III, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ກຳມະ
ການຄະນະພັກ ກະຊວງປ້ອງກັນປະເທດ, ຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ, ມີຄະນະບໍລິຫານງານພັກ, ຄະນະໜ່ວຍ
ພັກ, ແຂກຖືກເຊີນ ແລະ ບັນດາຜູ້ແທນສົມບູນທີ່ຕາງໜ້າໃຫ້ສະມາຊິກພັກທົ່ວກອງພັນໃຫຍ່ 661 ເຂົ້າຮ່ວມ.

     ສະຫາຍ ພັນເອກ ຄຳປານ ແພງພັນ ເລຂາຄະນະບໍລິຫານງານພັກ, ຫົວໜ້າການເມືອງກອງພັນໃຫຍ່ 661 ໄດ້ກ່າວເປີດກອງປະຊຸມ
ວ່າ: ກອງປະຊຸມທາບທາມບຸກຄະລາກອນ ສະໝັກຮັບເລືອກຕັ້ງ ເຂົ້າຄະນະບໍລິຫານງານພັກ ສະໄໝທີ II ຮອບທີ III ຄັ້ງນີ້, ເປັນກອງ
ປະຊຸມທີ່ມີຄວາມໝາຍສຳຄັນຍິ່ງ ແລະ ເປັນການທາບທາມຮອບສຸດທ້າຍ ຂອງການຮັບປະກັນຄວາມພ້ອມ ເພື່ອກ່າວໄປສູ່ການດຳເນີນ
ກອງປະຊຸມໃຫຍ່ຢ່າງເປັນທາງການຂອງຄະນະບໍລິຫານງານພັກ ກອງພັນໃຫຍ່ 661 ແລະ ເປັນການຢັ້ງຢືນເຖິງການປະຕິບັດຢ່າງຖືກ
ຕ້ອງຕາມຄຳສັ່ງແນະນຳຂອງຄະນະພັກກະຊວງປ້ອງກັນປະເທດ ກ່ຽວກັບການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ແຕ່ລະຂັ້ນຂອງ
ພັກ ໃນທົ່ວກອງທັບ. ເຊິ່ງກອງປະຊຸມຈະໄດ້ຮັບຟັງ ການລາຍງານສັງລວມໝາກຜົນແຫ່ງການນຳພາລວມຂອງຄະນະພັກກອງພັນໃຫຍ່
661 ພ້ອມທັງປະກອບຄຳຄິດຄຳເຫັນໃສ່ການນຳພາລວມຂອງຄະນະບໍລິຫານງານພັກກອງພັນໃຫຍ່. ດັ່ງນັ້ນຈຶ່ງຮຽກຮ້ອງໃຫ້ບັນດາສະ
ຫາຍຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນເພື່ອປະກອບຄຳຄິດຄຳເຫັນໃສ່ການນຳພາລວມຢ່າງກົງໄປກົງມາ ເພື່ອພ້ອມ
ກັນແກ້ໄຂຈຸດອ່ອນຂໍ້ຄົງຄ້າງ ແລະ ເສີມຂະຫຍາຍຈຸດດີ ປັບປຸງປົວແປງພາຍໃນພັກໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ໂປ່ງໃສພາຍ
ໃນພັກ, ຮັບປະກັນຄວາມສາມັກຄີເປັນເອກະພາບທາງດ້ານແນວຄິດ ແລະ ທັດສະນະຂອງພັກ ເພື່ອຮັບປະກັນການນຳພາທີ່ເຂັ້ມແຂງ,
ເຂັມງວດ, ມີປະສິດທິພາບ ແລະ ປະສິດທິຜົນສູງ.

     ໂອກາດນີ້, ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ກໍໄດ້ມີຄຳເຫັນໂອ້ລົມ ແລະ ເນັ້ນໜັກໃຫ້ບັນດາຜູ້ແທນສົມບູນທີ່ຈະ
ໃຊ້ສິດຂອງຕົນເຂົ້າໃນການທາບທາມຄັດເລືອກເອົາບຸກຄະລາກອນເຂົ້າໃນ ຄະນະບໍລິຫານງານພັກກອງພັນໃຫຍ່ ຕ້ອງເປັນເຈົ້າການຕົນ
ເອງ ມີທັດສະນະຈຸດຢືນອັນແນ່ນອນໃນການເບິ່ງບັນຫາ, ມີວິໄສທັດ ສັດຈະວິພາກ ບົນພື້ນຖານເພື່ອຜົນປະໂຫຍດລວມຂອງຊາດ, ຫຼີກ
ເວັ້ນເອົາໃຈຕົນເອງ, ອັກຄະຕິ, ຈຸ້ມເຈື້ອກຸ່ມກ້ອນ, ທ້ອງຖິ່ນຫຼືແນວຄິດຢ້ານລື່ນ, ເລືອກໃຫ້ໄດ້ພະນັກງານທີ່ມີຄຸນສົມບັດສິນທຳປະຕິບັດ,
ມີຄວາມຮູ້ຄວາມສາມາດອັນແນ່ນອນ, ມີແບບແຜນວິທີ ເຮັດວຽກຖືກຕ້ອງ, ເຄົາລົບ ແລະ ປະຕິບັດຫຼັກການລວມສູນປະຊາທິປະໄຕ,
ມີສຸຂະພາບສົມບູນແຂງແຮງດີ. ທັງນີ້, ກໍເພື່ອແນໃສ່ເຮັດໃຫ້ການຄັດເລືອກ ຄະນະພັກຊຸດນີ້ດໍາເນີນໄປຢ່າງຖືກຕ້ອງຕາມກົດລະບຽບພັກ
ກໍຄືທິດທາງແຜນການເຄື່ອນໄຫວ ກະກຽມກອງປະຊຸມໃຫຍ່ໃນຄັ້ງນີ້ໄດ້ຮັບຜົນສູງ. ຈາກນັ້ນ, ບັນດາຜູ້ແທນສົມບູນທີ່ຕາງໜ້າໃຫ້ສະມາ
ຊິກພັກທົ່ວອົງການກອງພັນໃຫຍ່ 661 ກໍໄດ້ພ້ອມກັນ ໃຊ້ສິດຂອງຕົນປ່ອນບັດທາບທາມເອົາບຸກຄະລາກອນທີ່ຈະສະໝັກເລືອກຕັ້ງເປັນ
ຄະນະບໍລິຫານງານພັກ ກອງພັນໃຫຍ່ 661 ຮອບທີ lll ສະໄໝທີ ll ໄດ້ສຳເລັດລົງຕາມແຜນການ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 31/01/2024